ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ສອນ​ນັກ​ສຶກສາ​ໃຫ້​ກຽມ​ຕົວ​ລ່ວງ​ໜ້າ

ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ສອນ​ນັກ​ສຶກສາ​ໃຫ້​ກຽມ​ຕົວ​ລ່ວງ​ໜ້າ

ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ເມື່ອ​ນັກ​ສຶກສາ​ກຽມ​ຕົວ​ລ່ວງ​ໜ້າ ເຂົາ​ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ແລະ​ຈື່​ສິ່ງ​ທີ່​ໄດ້​ຮຽນ​ຫຼາຍ​ຂຶ້ນ. ແຮ່ງ​ເຂົາ​ເຈົ້າ​ເຂົ້າ​ໃຈ​ແລະ​ຈື່​ໄດ້ ເຂົາ​ເຈົ້າ​ກໍ​ແຮ່ງ​ຈະ​ກ້າວ​ໜ້າ​ໄວ​ຂຶ້ນ. ແມ່ນ​ແຕ່​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ເຂົາ​ເຈົ້າ​ກໍ​ຍັງ​ຕ້ອງ​ກຽມ​ຕົວ​ສຳລັບ​ການ​ປະຊຸມ​ແລະ​ການ​ປະກາດ​ເພື່ອ​ເຂົາ​ເຈົ້າ​ຈະ “ເຝົ້າ​ລະວັງ” ຢູ່​ສະເໝີ. (ມັດ. 25:13) ດັ່ງ​ນັ້ນ ການ​ຮູ້​ວິທີ​ສຶກສາ​ແລະ​ມີ​ຕາ​ຕະລາງ​ການ​ສຶກສາ​ທີ່​ດີ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໄດ້​ຮັບ​ປະໂຫຍດ​ຕະຫຼອດ​ຊີວິດ. ເຮົາ​ຄວນ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ສ້າງ​ນິດໄສ​ທີ່​ດີ​ໃນ​ການ​ກຽມ​ຕົວ​ສຳລັບ​ການ​ສຶກສາ​ຕັ້ງ​ແຕ່​ທຳອິດ.

ສິ່ງ​ທີ່​ຄວນ​ເຮັດ:

  • ເປັນ​ຕົວຢ່າງ​ທີ່​ດີ. (ໂລມ 2:21) ເຈົ້າ​ຄວນ​ກຽມ​ການ​ສຶກສາ​ໂດຍ​ຄິດ​ເຖິງ​ນັກ​ສຶກສາ​ແຕ່​ລະ​ຄົນ (ວຮ 11/15 ໜ້າ 5) ແລະ​ໃຫ້​ລາວ​ເບິ່ງ​ປຶ້ມ​ຂອງ​ເຈົ້າ​ທີ່​ຂີດ​ຄຳຕອບ​ໄວ້​ແລ້ວ.

  • ສະໜັບສະໜູນ​ນັກ​ສຶກສາ​ກຽມ​ຕົວ​ລ່ວງ​ໜ້າ. ທັນທີ​ທີ່​ເລີ່ມ​ສຶກສາ​ເທື່ອ​ທຳອິດ ເຈົ້າ​ຄວນ​ຊ່ວຍ​ລາວ​ໃຫ້​ຮູ້​ວ່າ​ການ​ກຽມ​ຕົວ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ສຶກສາ​ຄຳພີ​ໄບເບິນ​ຕາມ​ບ້ານ​ແລະ​ໃຫ້​ລາວ​ຮູ້​ວ່າ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ. ຊ່ວຍ​ລາວ​ຈັດ​ເວລາ​ໃນ​ການ​ກຽມ​ຕົວ​ໄດ້. ຜູ້​ນຳ​ການ​ສຶກສາ​ບາງ​ຄົນ​ໃຫ້​ນັກ​ສຶກສາ​ໃຊ້​ປຶ້ມ​ຂອງ​ຕົນ​ທີ່​ຂີດ​ຄຳຕອບ​ໄວ້​ແລ້ວ​ຕອນ​ທີ່​ສຶກສາ​ນຳ​ກັນ​ເພື່ອ​ຊ່ວຍ​ລາວ​ໃຫ້​ເຫັນ​ປະໂຫຍດ​ຂອງ​ການ​ກຽມ​ຕົວ​ລ່ວງ​ໜ້າ ແລະ​ຊົມ​ເຊີຍ​ລາວ​ເມື່ອ​ເຫັນ​ວ່າ​ລາວ​ກຽມ​ຕົວ.

  • ເຮັດ​ໃຫ້​ລາວ​ເບິ່ງ​ວິທີ​ກຽມ. ຕັ້ງ​ແຕ່​ໄລຍະ​ທຳອິດ​ຂອງ​ການ​ສຶກສາ ຜູ້​ນຳ​ການ​ສຶກສາ​ບາງ​ຄົນ​ໃຊ້​ເວລາ​ໃນ​ການ​ສຶກສາ​ໜຶ່ງ​ຄັ້ງ​ເພື່ອ​ສອນ​ນັກ​ສຶກສາ​ໃຫ້​ຮູ້​ວິທີ​ການ​ກຽມ​ຕົວ​ລ່ວງ​ໜ້າ.