ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຮັກ​ພະເຈົ້າ​ແລະ​ຮັກ​ຄົນ​ອື່ນ—ວິທີ​ປູກ​ຝັງ​ຄຸນ​ລັກສະນະ​ນີ້

ຮັກ​ພະເຈົ້າ​ແລະ​ຮັກ​ຄົນ​ອື່ນ—ວິທີ​ປູກ​ຝັງ​ຄຸນ​ລັກສະນະ​ນີ້

ເຖິງ​ວ່າ​ຄລິດສະຕຽນ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ ແຕ່​ກົດ​ໝາຍ 2 ຂໍ້​ທີ່​ສຳຄັນ​ທີ່​ສຸດ​ທີ່​ບອກ​ໃຫ້​ຮັກ​ພະເຈົ້າ​ແລະ​ໃຫ້​ຮັກ​ເພື່ອນ​ບ້ານ​ກໍ​ຍັງ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ. (ມັດ. 22:37-39) ຄວາມ​ຮັກ​ແບບ​ນັ້ນ​ບໍ່​ໄດ້​ມີ​ໂດຍ​ອັດຕະໂນມັດ ເຮົາ​ຈຳເປັນ​ຕ້ອງ​ປູກ​ຝັງ ແຕ່​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ວິທີ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ຄື​ການ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ເມື່ອ​ເຮົາ​ໄດ້​ພິຈາລະນາ​ແງ່​ມຸມ​ຕ່າງໆກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພະເຈົ້າ​ໃນ​ຄຳພີ​ໄບເບິນ ເຮົາ​ຈະ​ເຫັນ “ຄວາມ​ສະຫງ່າ​ງາມ​ຂອງ​ພະ​ເຢໂຫວາ.” (ເພງ. 27:4, ລ.ມ.) ຜົນ​ກໍ​ຄື ເຮົາ​ຈະ​ຮັກ​ພະອົງ​ຫຼາຍ​ຂຶ້ນ​ແລະ​ຄວາມ​ຄິດ​ຂອງ​ເຮົາ​ກໍ​ຈະ​ຄື​ພະອົງ​ຫຼາຍ​ຂຶ້ນ​ຄື​ກັນ. ນີ້​ກະຕຸ້ນ​ເຮົາ​ໃຫ້​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະອົງ ເຊິ່ງ​ລວມ​ເຖິງ​ຄຳ​ສັ່ງ​ທີ່​ໃຫ້​ສະແດງ​ຄວາມ​ຮັກ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ຕໍ່​ຄົນ​ອື່ນ. (ໂຢ. 13:34, 35; 1 ໂຢ. 5:3) ໃຫ້​ເຮົາ​ມາ​ເບິ່ງ 3 ວິທີ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ມ່ວນ​ກັບ​ການ​ອ່ານ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ:

  • ໃຊ້​ຈິນຕະນາການ​ເພື່ອ​ນຶກ​ພາບ​ໄປ​ນຳ. ຕອນ​ທີ່​ເຈົ້າ​ອ່ານ​ຄຳພີ​ໄບເບິນ ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ຢູ່​ໃນ​ເຫດການ​ນັ້ນ. ເຈົ້າ​ຈະ​ໄດ້​ເຫັນ ໄດ້​ຍິນ ແລະ​ໄດ້​ກິ່ນ​ຫຍັງ​ແດ່? ແລະ​ຄົນ​ອື່ນໆທີ່​ຢູ່​ໃນ​ເຫດການ​ນັ້ນ​ອາດ​ຮູ້ສຶກ​ແນວ​ໃດ?

  • ໃຊ້​ວິທີ​ການ​ອ່ານ​ທີ່​ຫຼາກ​ຫຼາຍ. ຕໍ່​ໄປ​ນີ້​ເປັນ​ບາງ​ວິທີ​ທີ່​ເຮັດ​ໄດ້​ເຊັ່ນ: ອ່ານ​ອອກ​ສຽງ​ຫຼື​ຟັງ​ບັນທຶກ​ສຽງ​ການ​ອ່ານ​ໂດຍ​ເບິ່ງ​ເນື້ອ​ໃນ​ໄປ​ນຳ. ເລືອກ​ອ່ານ​ກ່ຽວ​ກັບ​ບຸກຄົນ​ໜຶ່ງ​ຫຼື​ເລື່ອງ​ໃດ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ແທນ​ທີ່​ຈະ​ອ່ານ​ເປັນ​ບົດໆລຽນ​ກັນ. ຕົວຢ່າງ​ເຊັ່ນ: ອ່ານ​ເລື່ອງ​ຂອງ​ພະ​ເຍຊູ​ໂດຍ​ໃຊ້​ພາກ​ຜະໜວກ ກ​7 ຫຼື ຂ​12 ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ແລະ​ເມື່ອ​ອ່ານ​ຂໍ້​ຄຳພີ​ປະຈຳ​ວັນ​ກໍ​ອາດ​ເປີດ​ອ່ານ​ບົດ​ນັ້ນ​ຈາກ​ຄຳພີ​ໄບເບິນ ຫຼື​ອ່ານ​ຄຳພີ​ໄບເບິນ​ຕາມ​ລຳດັບ​ເວລາ​ທີ່​ຂຽນ.

  • ອ່ານ​ເພື່ອ​ຈະ​ເຂົ້າ​ໃຈ. ການ​ອ່ານ​ຄຳພີ​ໄບເບິນ​ພຽງ​ໜຶ່ງ​ບົດ​ທຸກ​ມື້​ດ້ວຍ​ຄວາມ​ເຂົ້າ​ໃຈ​ແລະ​ຄິດ​ຕຶກຕອງ​ກໍ​ດີ​ກວ່າ​ການ​ອ່ານ​ພຽງ​ເພື່ອ​ໃຫ້​ໄດ້​ຫຼາຍໆບົດ. ດັ່ງ​ນັ້ນ ໃຫ້​ຄິດ​ເຖິງ​ສາກ​ເຫດການ​ທີ່​ເກີດ​ຂຶ້ນ ວິເຄາະ​ລາຍ​ລະອຽດ ໃຊ້​ແຜນທີ່​ແລະ​ຂໍ້​ອ້າງອີງ. ໃຫ້​ເຈົ້າ​ຄົ້ນ​ຄວ້າ​ຢ່າງ​ໜ້ອຍ​ໜຶ່ງ​ເລື່ອງ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ. ຖ້າ​ເປັນ​ໄປ​ໄດ້ ໃຫ້​ໃຊ້​ເວລາ​ຄິດ​ຕຶກຕອງ​ເທົ່າ​ກັບ​ເວລາ​ທີ່​ເຈົ້າ​ອ່ານ.