ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ປະກາດກັບຄົນຕາບອດ

ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ປະກາດກັບຄົນຕາບອດ

ເປັນ​ຫຍັງ​ເລື່ອງ​ນີ້​ສຳຄັນ: ຄົນ​ຕາ​ບອດ​ຫຼາຍ​ຄົນ​ບໍ່​ກ້າ​ລົມ​ກັບ​ຄົນ​ແປກ​ໜ້າ. ດັ່ງ​ນັ້ນ ເຮົາ​ຕ້ອງ​ມີ​ຄວາມ​ສາມາດ​ເພື່ອ​ຈະ​ປະກາດ​ກັບ​ພວກ​ເຂົາ. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ແລະ​ເປັນ​ຫ່ວງ​ຄົນ​ຕາ​ບອດ. (ເລວີ 19:14) ເຮົາ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະອົງ​ໄດ້​ໂດຍ​ເປັນ​ຝ່າຍ​ເລີ່ມ​ຊ່ວຍ​ຄົນ​ຕາ​ບອດ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ.

ສິ່ງ​ທີ່​ຄວນ​ເຮັດ:

  • “ຊອກ​ຫາ” ຄົນ​ຕາ​ບອດ. (ມທ 10:11) ເຈົ້າ​ຮູ້ຈັກ​ບາງ​ຄົນ​ທີ່​ມີ​ຄົນ​ໃນ​ຄອບຄົວ​ເປັນ​ຄົນ​ຕາ​ບອດ​ບໍ? ໃນ​ເຂດ​ປະກາດ​ຂອງ​ເຈົ້າ​ມີ​ໂຮງ​ຮຽນ​ຫຼື​ອົງການ​ຊ່ວຍ​ເຫຼືອ​ຄົນ​ຕາ​ບອດ ຫຼື​ສູນ​ເບິ່ງ​ແຍງ​ຄົນ​ຕາ​ບອດ​ທີ່​ຢາກ​ໄດ້​ປຶ້ມ​ທີ່​ເຮັດ​ເພື່ອ​ພວກ​ເຂົາ​ໂດຍ​ສະເພາະ​ບໍ?

  • ສະແດງ​ຄວາມ​ສົນ​ໃຈ. ຖ້າ​ເຈົ້າ​ເປັນ​ໝູ່​ແລະ​ສະແດງ​ຄວາມ​ຈິງ​ໃຈ​ກໍ​ຈະ​ເຮັດ​ໃຫ້​ຄົນ​ຕາ​ບອດ​ສະບາຍ​ໃຈ​ຫຼາຍ​ຂຶ້ນ. ພະຍາຍາມ​ເລີ່ມ​ໂດຍ​ລົມ​ເລື່ອງ​ທີ່​ຄົນ​ໃນ​ທ້ອງຖິ່ນ​ສົນ​ໃຈ.

  • ຊ່ວຍ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ. ເພື່ອ​ຊ່ວຍ​ຄົນ​ຕາ​ບອດ​ຫຼື​ຄົນ​ທີ່​ມີ​ບັນຫາ​ທາງ​ດ້ານ​ສາຍ​ຕາ ອົງການ​ຂອງ​ເຮົາ​ໄດ້​ເຮັດ​ປຶ້ມ​ແລະ​ສື່​ຕ່າງໆອອກ​ມາ​ຫຼາຍ​ຮູບ​ແບບ. ຖາມ​ແຕ່​ລະ​ຄົນ​ວ່າ​ຢາກ​ຮຽນ​ໃນ​ຮູບ​ແບບ​ໃດ. ຜູ້​ດູ​ແລ​ການ​ຮັບໃຊ້​ຄວນ​ແນ່​ໃຈ​ວ່າ​ຜູ້​ເບິ່ງ​ແຍງ​ສັບພະ​ໜັງສື​ໄດ້​ຂຽນ​ຂໍ​ປຶ້ມ​ແລະ​ສື່​ຕ່າງໆທີ່​ຄົນ​ຕາ​ບອດ​ຕ້ອງການ​ແທ້ໆ.