ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ຕົ້ນເດີມ 29-30

ຢາໂຄບແຕ່ງດອງ

ຢາໂຄບແຕ່ງດອງ

29:18-28

ຢາໂຄບ​ບໍ່​ຮູ້​ລ່ວງ​ໜ້າ​ວ່າ​ແຕ່ງ​ດອງ​ແລ້ວ​ຈະ​ເຈິ​ບັນຫາ​ຫຍັງ​ແດ່. ຣາເຊັນ​ກັບ​ເລອາ​ກາຍ​ເປັນ​ຄູ່​ແຂ່ງ​ກັນ. (ຕົ້ນ 29:32; 30:1, 8) ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ ແຕ່​ຢາໂຄບ​ຍັງ​ເຫັນ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ລາວ. (ຕົ້ນ 30:29, 30, 43) ໃນ​ທີ່​ສຸດ ລູກ​ຫຼານ​ຂອງ​ລາວ​ກໍ​ກາຍ​ເປັນ​ຊາດ​ອິດສະຣາເອນ.—ລຶດ 4:11

ໃນ​ທຸກ​ມື້​ນີ້ ຄົນ​ທີ່​ເລືອກ​ແຕ່ງ​ດອງ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ. (1​ກຣ 7:28) ເຖິງ​ຢ່າງ​ນັ້ນ ພວກ​ເຂົາ​ກໍ​ມີ​ຊີວິດ​ຄູ່​ທີ່​ປະສົບ​ຜົນ​ສຳເລັດ​ແລະ​ມີ​ຄວາມ​ສຸກ​ໄດ້​ໂດຍ​ເພິ່ງ​ພະ​ເຢໂຫວາ​ແລະ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ.—ສຸ​ພາ 3:5, 6; ອຟຊ 5:33