ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຂ້ອຍຈະເຊີນໃຜແດ່?

ຂ້ອຍຈະເຊີນໃຜແດ່?

ໃນ​ແຕ່​ລະ​ປີ​ເຮົາ​ພະຍາຍາມ​ເປັນ​ພິເສດ​ທີ່​ຈະ​ເຊີນ​ຄົນ​ໃນ​ເຂດ​ປະກາດ​ມາ​ຮ່ວມ​ປະຊຸມ​ອະນຸສອນ​ກັບ​ເຮົາ ເຊິ່ງ​ສ່ວນ​ຫຼາຍ​ແລ້ວ​ເປັນ​ຄົນ​ທີ່​ເຮົາ​ບໍ່​ຮູ້ຈັກ. ແຕ່​ເຮົາ​ກໍ​ຄວນ​ເຊີນ​ຄົນ​ທີ່​ເຮົາ​ຮູ້ຈັກ​ນຳ ເພາະ​ວ່າ​ຄົນ​ທີ່​ໄດ້​ຮັບ​ໃບ​ເຊີນ​ຈາກ​ຄົນ​ທີ່​ພວກ​ເຂົາ​ຮູ້ຈັກ​ມີ​ເປີເຊັນ​ທີ່​ຈະ​ມາ​ຫຼາຍ​ກວ່າ. (yb​08-E ໜ້າ 11 ຫຍໍ້​ໜ້າ 3; ໜ້າ 14 ຫຍໍ້​ໜ້າ 1) ມີ​ໃຜ​ແດ່​ທີ່​ເຈົ້າ​ຈະ​ເຊີນ​ໄດ້?

  • ຍາດ​ພີ່ນ້ອງ

  • ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງ​ຮຽນ

  • ເພື່ອນ​ບ້ານ

  • ຄົນ​ທີ່​ເຮົາ​ໄປ​ຢາມ ນັກ​ສຶກສາ ແລະ​ຄົນ​ທີ່​ເຊົາ​ສຶກສາ

ນອກ​ຈາກ​ນັ້ນ ຜູ້​ດູ​ແລ​ຈະ​ເຊີນ​ຄົນ​ທີ່​ເຊົາ​ປະກາດ​ໃຫ້​ມາ​ປະຊຸມ​ນຳ. ຖ້າ​ຄົນ​ທີ່​ເຈົ້າ​ຮູ້ຈັກ​ບໍ່​ໄດ້​ຢູ່​ໃນ​ເຂດ​ປະຊາຄົມ​ຂອງ​ເຈົ້າ​ເດ? ເຈົ້າ​ສາມາດ​ຊ່ວຍ​ລາວ​ຊອກ​ຫາ​ເວລາ​ແລະ​ສະຖານ​ທີ່​ປະຊຸມ​ເຊິ່ງ​ຢູ່​ໃກ້​ເຮືອນ​ລາວ ໂດຍ​ກົດ​ປ່ອງ​ກ່ຽວ​ກັບ​ເຮົາ​ທີ່​ຢູ່​ໜ້າ​ຫຼັກ​ຂອງ​ເວັບໄຊ jw.org/lo ແລ້ວ​ເລືອກ “ການ​ປະຊຸມ​ອະນຸສອນ.” ເມື່ອ​ເຈົ້າ​ກຽມ​ຕົວ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ເຊີນ​ໃຜ​ໄດ້​ແດ່ ແລ້ວ​ກໍ​ພະຍາຍາມ​ເຊີນ​ພວກ​ເຂົາ.