ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົວຢ່າງ​ການ​ສົນທະນາ

ຕົວຢ່າງ​ການ​ສົນທະນາ

●○○ ການ​ປະກາດ

ຄຳຖາມ: ຕອນ​ທຳອິດ​ພະເຈົ້າ​ຕັ້ງ​ໃຈ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?

ຂໍ້​ພະ​ຄຳພີ: ຕົ້ນ. 1:28

ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ: ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ກ່ຽວ​ກັບ​ມະນຸດ​ຈະ​ເກີດ​ຂຶ້ນ​ຈິງ?

○●○ ກັບ​ໄປ​ຢາມ​ເທື່ອ​ທຳອິດ

ຄຳຖາມ: ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ກ່ຽວ​ກັບ​ມະນຸດ​ຈະ​ເກີດ​ຂຶ້ນ​ຈິງ?

ຂໍ້​ພະ​ຄຳພີ: ເອຊາ. 55:11

ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ: ຊີວິດ​ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ຈິງ?

○○● ກັບ​ໄປ​ຢາມ​ເທື່ອ​ທີ​ສອງ

ຄຳຖາມ: ຊີວິດ​ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ຈິງ?

ຂໍ້​ພະ​ຄຳພີ: ເພງ. 37:10, 11

ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ: ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ສັນຍາ​ຂອງ​ພະເຈົ້າ?

ໂຄງການ​ພິເສດ​ເພື່ອ​ການ​ປະຊຸມ​ອະນຸສອນ (ວັນ​ທີ 23 ມີນາ–19 ເມສາ):

ເຮົາ​ຢາກ​ເຊີນ​ເຈົ້າ​ໄປ​ງານ​ທີ່​ສຳຄັນ​ຫຼາຍ ແລະ​ນີ້​ຄື​ໃບ​ເຊີນ. ໃນ​ວັນ​ສຸກ​ທີ 19 ເມສາ ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ຈະ​ໄປ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຍຊູ​ຄລິດ. ໃນ​ໃບ​ເຊີນ​ນີ້​ຈະ​ບອກ ວັນ ເວລາ ແລະ​ສະຖານ​ທີ່​ສຳລັບ​ການ​ປະຊຸມ ແລະ​ກ່ອນ​ໜ້າ​ນັ້ນ​ໜຶ່ງ​ອາທິດ ເຮົາ​ຢາກ​ເຊີນ​ເຈົ້າ​ມາ​ຟັງ​ຄຳ​ບັນລະຍາຍ​ອີກ​ເລື່ອງ​ໜຶ່ງ​ນຳ​ທີ່​ມີ​ຊື່​ວ່າ: “ຈົ່ງ​ບາກບັ່ນ​ເພື່ອ​ຈະ​ໄດ້​ຊີວິດ​ອັນ​ແທ້!”

ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ​ເມື່ອ​ເຈົ້າ​ຂອງ​ເຮືອນ​ສົນ​ໃຈ: ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຕາຍ?