ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຕົວຢ່າງ​ຈົດ​ໝາຍ

ຕົວຢ່າງ​ຈົດ​ໝາຍ
  • ຂຽນ​ທີ່​ຢູ່​ຂອງ​ເຈົ້າ​ເພື່ອ​ສາມາດ​ຕິດ​ຕໍ່. ຖ້າ​ເຈົ້າ​ຄິດ​ວ່າ​ບໍ່​ສະຫຼາດ​ທີ່​ຈະ​ບອກ​ທີ່​ຢູ່​ຂອງ​ເຈົ້າ ເຈົ້າ​ອາດ​ໃຫ້​ທີ່​ຢູ່​ຂອງ​ຫໍ​ປະຊຸມ​ຖ້າ​ຜູ້​ເຖົ້າ​ແກ່​ອະນຸຍາດ. ແຕ່​ເຈົ້າ​ບໍ່​ຄວນ​ໃຊ້​ທີ່​ຢູ່​ຂອງ​ສຳນັກງານ​ສາຂາ.

  • ຂຽນ​ຊື່​ຄົນ​ນັ້ນ​ຖ້າ​ເຈົ້າ​ຮູ້ຈັກ. ນີ້​ຈະ​ຊ່ວຍ​ບໍ່​ໃຫ້​ເຈົ້າ​ຂອງ​ບ້ານ​ຄິດ​ວ່າ​ຈົດ​ໝາຍ​ນີ້​ເປັນ​ການ​ໂຄສະນາ.

  • ພະຍາຍາມ​ສະກົດ​ຄຳ ໃຊ້​ຫຼັກ​ໄວ​ຍາ​ກອນ​ແລະ​ເຄື່ອງ​ໝາຍ​ວັກ​ຕອນ​ໃຫ້​ຖືກຕ້ອງ. ຈົດ​ໝາຍ​ຄວນ​ຂຽນ​ໃຫ້​ຮຽບຮ້ອຍ​ແລະ​ສະອາດ​ງາມ​ຕາ. ຖ້າ​ຂຽນ​ດ້ວຍ​ມື​ຄວນ​ຂຽນ​ໃຫ້​ອ່ານ​ໄດ້​ງ່າຍ. ຄຳ​ທີ່​ໃຊ້​ບໍ່​ຄວນ​ເປັນ​ກັນ​ເອງ​ເກີນ​ໄປ ຫຼື​ເປັນ​ທາງ​ການ​ເກີນ​ໄປ.

ຕົວຢ່າງ​ຈົດ​ໝາຍ​ທີ່​ແນບ​ມາ​ນີ້​ສະແດງ​ໃຫ້​ເຫັນ​ວິທີ​ຂຽນ​ຕາມ​ຈຸດ​ຕ່າງໆທີ່​ໄດ້​ກ່າວ​ມາ. ແຕ່​ບໍ່​ໄດ້​ໃຫ້​ກ່າຍ​ເອົາ​ທຸກ​ຄຳ​ເມື່ອ​ຂຽນ​ຈົດ​ໝາຍ​ເຖິງ​ຄົນ​ໃນ​ເຂດ​ປະກາດ​ຂອງ​ເຈົ້າ. ໃຫ້​ປັບ​ຈົດ​ໝາຍ​ຕາມ​ຈຸດ​ປະສົງ ສະພາບການ​ແລະ​ທຳນຽມ​ທ້ອງຖິ່ນ​ຂອງ​ເຈົ້າ.