ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ໃຊ້​ວິດີໂອ​ເພື່ອ​ສອນ​ນັກ​ສຶກສາ​ຂອງ​ເຈົ້າ

ໃຊ້​ວິດີໂອ​ເພື່ອ​ສອນ​ນັກ​ສຶກສາ​ຂອງ​ເຈົ້າ

ການ​ໃຊ້​ພາບ​ປະກອບ​ໃນ​ການ​ສອນ​ສາມາດ​ດຶງ​ດູດ​ໃຈ​ຜູ້​ຟັງ ເຊິ່ງ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ໄດ້​ດີ​ຂຶ້ນ​ແລະ​ຈື່​ສິ່ງ​ທີ່​ລາວ​ຮຽນ. ພະ​ເຢໂຫວາ​ຜູ້​ສອນ​ອົງ​ຍິ່ງໃຫຍ່​ໄດ້​ສອນ​ບົດຮຽນ​ທີ່​ສຳຄັນ​ໂດຍ​ໃຊ້​ພາບ​ປະກອບ. (ຕົ້ນ. 15:5; ຢເຣ. 18:1-6) ພະ​ເຍຊູ​ທີ່​ເປັນ​ຄູ​ຜູ້​ຍິ່ງໃຫຍ່​ກໍ​ໃຊ້​ສິ່ງ​ທີ່​ຜູ້​ຄົນ​ເຫັນ​ໄດ້​ມາ​ເປັນ​ຕົວຢ່າງ​ໃນ​ການ​ສອນ. (ມັດ. 18:2-6; 22:19-21) ຮູບ​ແບບ​ໜຶ່ງ​ທີ່​ພົບ​ວ່າ​ເປັນ​ປະໂຫຍດ​ຫຼາຍ​ໃນ​ໄລຍະ​ທີ່​ຜ່ານ​ມາ​ແມ່ນ ວິດີໂອ. ເຈົ້າ​ໃຊ້​ປະໂຫຍດ​ຈາກ​ວິດີໂອ​ເມື່ອ​ສອນ​ນັກ​ສຶກສາ​ຂອງ​ເຈົ້າ​ບໍ?

ວິດີໂອ 10 ເລື່ອງ​ໄດ້​ກຽມ​ໄວ້​ເພື່ອ​ຊ່ວຍ​ໃຫ້​ເຮົາ​ສອນ​ບົດຮຽນ​ໃນ​ຈຸນລະສານ​ຂ່າວ​ດີ​ຈາກ​ພະເຈົ້າ! ປົກກະຕິ​ແລ້ວ ຊື່​ຂອງ​ວິດີໂອ​ແຕ່​ລະ​ເລື່ອງ​ຈະ​ກົງ​ກັບ​ຄຳຖາມ​ຕົວ​ເຂັ້ມ​ທີ່​ຢູ່​ໃນ​ຈຸນລະສານ. ຈຸນລະສານ​ແບບ​ເອເລັກໂຕຣນິກ​ຈະ​ມີ​ລິ້ງ​ທີ່​ເຕືອນ​ເຮົາ​ວ່າ​ຄວນ​ເປີດ​ວິດີໂອ​ຕອນ​ໃດ. ນອກ​ຈາກ​ນັ້ນ ວິດີໂອ​ອື່ນໆຍັງ​ອະທິບາຍ​ເນື້ອ​ຫາ​ໃນ​ປຶ້ມ​ສຳລັບ​ສຶກສາ​ທີ່​ຢູ່​ໃນ​ກ່ອງ​ເຄື່ອງ​ມື​ການ​ສອນ​ຂອງ​ເຮົາ.

ເຈົ້າ​ກຳລັງ​ລົມ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ນັກ​ສຶກສາ​ບໍ່​ຄ່ອຍ​ເຂົ້າ​ໃຈ​ບໍ? ນັກ​ສຶກສາ​ຂອງ​ເຈົ້າ​ກຳລັງ​ເຈິ​ການ​ທົດ​ສອບ​ຢ່າງ​ໃດ​ຢ່າງ​ໜຶ່ງ​ບໍ? ໃຫ້​ຄົ້ນ​ຫາ​ວິດີໂອ​ໃນ​ເວັບໄຊ jw.org ແລະ​ລາຍການ​ໂທລະທັດ JW (JW Broadcasting) ເພື່ອ​ຊອກ​ເບິ່ງ​ວິດີໂອ​ທີ່​ຈະ​ເປັນ​ປະໂຫຍດ​ຕໍ່​ລາວ. ບາງ​ທີ​ເຈົ້າ​ກັບ​ນັກ​ສຶກສາ​ສາມາດ​ເບິ່ງ​ເລື່ອງ​ໜຶ່ງ​ນຳ​ກັນ​ແລ້ວ​ກໍ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ນັ້ນ.

ແຕ່​ລະ​ເດືອນ​ຈະ​ມີ​ວິດີໂອ​ໃໝ່ໆອອກ​ມາ​ໃຫ້​ດາວໂຫຼດ​ໄດ້. ເມື່ອ​ເຈົ້າ​ເບິ່ງ​ວິດີໂອ​ເຫຼົ່າ​ນີ້ ລອງ​ຄິດ​ເຖິງ​ວິທີ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ເມື່ອ​ສອນ​ຄົນ​ອື່ນ.