ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຄຳເພງ 87-91

ຈົ່ງຢູ່ໃນບ່ອນລັບລີ້ແຫ່ງພະເຈົ້າອົງສູງສຸດ

ຈົ່ງຢູ່ໃນບ່ອນລັບລີ້ແຫ່ງພະເຈົ້າອົງສູງສຸດ

“ບ່ອນລັບລີ້” ຂອງພະເຢໂຫວາເປັນບ່ອນປົກປ້ອງຄວາມເຊື່ອ

91:1, 2, 9-14

  • ໃນທຸກມື້ນີ້ ການອຸທິດຕົວແລະຮັບບັບເຕມາເປັນຂໍ້ຮຽກຮ້ອງສຳລັບເຮົາເພື່ອຈະຢູ່ໃນບ່ອນລັບລີ້ຂອງພະເຢໂຫວາ

  • ຄົນທີ່ບໍ່ວາງໃຈພະເຈົ້າຈະບໍ່ຮູ້ຈັກບ່ອນລັບລີ້ນີ້

  • ຄົນທີ່ຢູ່ໃນບ່ອນລັບລີ້ຂອງພະເຢໂຫວາຈະບໍ່ໃຫ້ອິດທິພົນຂອງຄົນຫຼືສິ່ງໃດກໍຕາມມາຄຸກຄາມຄວາມເຊື່ອແລະຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ພະເຢໂຫວາ

“ນາຍພານນົກ” ພະຍາຍາມໃຊ້ບ້ວງແຮ້ວຈັບເຮົາ

91:3

  • ນົກທີ່ລະມັດລະວັງຕົວເປັນເລື່ອງຍາກທີ່ຈະຖືກຈັບ

  • ນາຍພານນົກທີ່ສະຫຼາດຈະສຶກສານິດໄສຂອງນົກແຕ່ລະຕົວແລະໃຊ້ຫຼາຍວິທີເພື່ອຈະຈັບນົກນັ້ນ

  • ຊາຕານເປັນ “ນາຍພານນົກ” ທີ່ສຶກສາເບິ່ງປະຊາຊົນຂອງພະເຈົ້າແລະໃຊ້ບ້ວງແຮ້ວທີ່ອອກແບບມາເພື່ອທຳລາຍຄວາມເຊື່ອຂອງເຂົາເຈົ້າ

ບ້ວງແຮ້ວທີ່ເຮັດໃຫ້ເຖິງຕາຍ 4 ຢ່າງທີ່ຊາຕານໃຊ້ມີ:

  • ການຢ້ານໜ້າມະນຸດ

  • ການນິຍົມວັດຖຸ

  • ຄວາມບັນເທີງທີ່ເສື່ອມຊາມ

  • ຄວາມຂັດແຍ່ງສ່ວນຕົວ