ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຄຳເພງ 102-105

ພະເຢໂຫວາຈື່ວ່າພວກເຮົາເປັນຂີ້ຝຸ່ນດິນ

ພະເຢໂຫວາຈື່ວ່າພວກເຮົາເປັນຂີ້ຝຸ່ນດິນ

ດາວິດໃຊ້ຕົວຢ່າງປຽບທຽບເພື່ອອະທິບາຍຄວາມເມດຕາຂອງພະເຢໂຫວາ.

  • 103:11

    ເຮົາບໍ່ເຂົ້າໃຈໄດ້ທັງໝົດວ່າທ້ອງຟ້າທີ່ເຕັມໄປດ້ວຍດວງດາວຢູ່ໄກຈາກໂລກຫຼາຍສໍ່າໃດ ເຮົາກໍບໍ່ເຂົ້າໃຈໄດ້ທັງໝົດວ່າພະເຢໂຫວາມີຄວາມຮັກຫຼາຍສໍ່າໃດ

  • 103:12

    ທິດຕາເວັນອອກໄກຈາກທິດຕາເວັນຕົກຫຼາຍສໍ່າໃດ ພະເຢໂຫວາກໍຖິ້ມຄວາມຜິດບາບຂອງເຮົາໄປໄກຫຼາຍສໍ່ານັ້ນ

  • 103:13

    ຄືກັບພໍ່ອີ່ດູລູກທີ່ເຈັບປ່ວຍຫຼາຍສໍ່າໃດ ພະເຢໂຫວາກໍອີ່ດູຄົນສຳນຶກຜິດທີ່ທໍ້ໃຈຫຼາຍສໍ່ານັ້ນ