ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດຄລິດສະຕຽນ

ໂຄງການພິເສດເພື່ອແຈກຢາຍຫໍສັງເກດການ ໃນເດືອນກັນຍາ

ໂຄງການພິເສດເພື່ອແຈກຢາຍຫໍສັງເກດການ ໃນເດືອນກັນຍາ

ຜູ້ຄົນໃນທົ່ວໂລກຕ້ອງການການປອບໂຍນ. (ຜູ້ປ. 4:1) ໃນເດືອນກັນຍານີ້ຂໍໃຫ້ເຮົາອອກຄວາມພະຍາຍາມເປັນພິເສດໃນການສະເໜີຫໍສັງເກດການ ເຊິ່ງເປັນຫົວເລື່ອງທີ່ໃຫ້ການປອບໂຍນ. ຂໍໃຫ້ເຮົາແຈກວາລະສານນີ້ໃຫ້ຫຼາຍທີ່ສຸດ ແນວໃດກໍຕາມ ເຮົາຢາກເວົ້າກັບຜູ້ຄົນໂດຍກົງເພື່ອປອບໂຍນເຂົາເຈົ້າ ດັ່ງນັ້ນເຮົາຈະບໍ່ປະວາລະສານໄວ້ໃນເຮືອນທີ່ບໍ່ມີຄົນຢູ່.

ວິທີສະເໜີ

“ທຸກມື້ນີ້ເຮົາທຸກຄົນຕ້ອງການການປອບໂຍນ. ແຕ່ເຮົາຈະພົບໄດ້ຈາກໃສ? [ອ່ານ 2 ໂກລິນໂທ 1:3, 4] ຫໍສັງເກດການ ສະບັບນີ້ເວົ້າເຖິງວິທີທີ່ພະເຈົ້າຈະໃຫ້ການປອບໂຍນ.”

ຖ້າມີຄົນສົນໃຈແລະຮັບເອົາວາລະສານ . . .

ເປີດວິດີໂອເປັນຫຍັງຈຶ່ງສຶກສາຄຳພີໄບເບິນ?

ຈາກນັ້ນ ສະເໜີການສຶກສາຄຳພີໄບເບິນ

ປູທາງໄວ້ເພື່ອກັບໄປຢາມ

ຝາກຄຳຖາມໄວ້ເພື່ອຈະມາຕອບເມື່ອກັບໄປຢາມເຊັ່ນ: “ເປັນຫຍັງພະເຈົ້າຍອມໃຫ້ມີຄວາມທຸກ?”