ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢບ 21-27

ໂຢບຕ້ານທານຄວາມຄິດທີ່ຜິດໆ

ໂຢບຕ້ານທານຄວາມຄິດທີ່ຜິດໆ

ໃນທຸກມື້ນີ້ຊາຕານໃຊ້ຄຳຕົວະເພື່ອເຮັດໃຫ້ຜູ້ຮັບໃຊ້ຂອງພະເຢໂຫວາທໍ້ແທ້ໃຈ. ຂໍໃຫ້ສັງເກດຄວາມແຕກຕ່າງລະຫວ່າງຄຳຕົວະຂອງຊາຕານແລະຄວາມຮູ້ສຶກແທ້ໆຂອງພະເຢໂຫວາທີ່ສະແດງໃຫ້ເຫັນໃນພະທຳໂຢບ. ມີຂໍ້ພະຄຳພີຫຼາຍຂໍ້ທີ່ພິສູດໃຫ້ເຫັນວ່າພະເຢໂຫວາເປັນຫ່ວງເຮົາ.

ຄຳຕົວະຕ່າງໆທີ່ຊາຕານເວົ້າ

ພະເຢໂຫວາຮູ້ສຶກແນວໃດແທ້ໆ

ພະເຈົ້າເຂັ້ມງວດຫຼາຍໂພດຈົນບໍ່ມີຫຍັງເລີຍທີ່ຜູ້ຮັບໃຊ້ຂອງພະອົງເຮັດຈະດີພໍສຳລັບພະອົງ. ບໍ່ມີສິ່ງເນລະມິດສ້າງໃດເຮັດໃຫ້ພະອົງພໍໃຈ. (ໂຢບ 4:18; 25:5)

ພະເຢໂຫວາເຫັນຄຸນຄ່າເຮົາທີ່ພະຍາຍາມຖ່ອມໃຈ. (ໂຢບ 36:5)

ມະນຸດບໍ່ມີຄ່າພໍສຳລັບພະເຈົ້າ. (ໂຢບ 22:2)

ພະເຢໂຫວາຍອມຮັບແລະອວຍພອນວຽກຮັບໃຊ້ທີ່ສັດຊື່ຂອງເຮົາ. (ໂຢບ 33:26; 36:11)

ພະເຈົ້າບໍ່ສົນໃຈວ່າເຈົ້າເປັນຄົນຊອບທຳ. (ໂຢບ 22:3)

ພະເຢໂຫວາເຝົ້າເບິ່ງຄົນທີ່ຊອບທຳ. (ໂຢບ 36:7)