ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດຄລິດສະຕຽນ

ສິ່ງພິມຮູບແບບໃໝ່ສຳລັບເລີ່ມການສົນທະນາ

ສິ່ງພິມຮູບແບບໃໝ່ສຳລັບເລີ່ມການສົນທະນາ

ເລີ່ມແຕ່ເດືອນມັງກອນ ປີ 2016 ຫຼັງປົກຂອງວາລະສານຫໍສັງເກດການ ສາທາ ລະນະໄດ້ມີການແກ້ໄຂເປັນຮູບແບບໃໝ່ເຊິ່ງມີຫົວເລື່ອງ “ຄຳພີໄບເບິນບອກແນວໃດ?” ຮູບແບບໃໝ່ນີ້ຖືກອອກແບບມາເພື່ອຊ່ວຍເຮົາເລີ່ມການສົນທະນາເລື່ອງຄຳພີໄບເບິນ. ຮູບແບບຄ້າຍຄືກັບແຜ່ນພັບຂອງເຮົາ. ມີຄຳຖາມ ຄຳຕອບຈາກຂໍ້ພະຄຳພີ ແລະລວມທັງມີຈຸດເພີ່ມເຕີມເພື່ອພິຈາລະນາ.

ການສົນທະນາແບບເປັນມິດທີ່ໃຊ້ພະຄຳພີມັກນຳໄປສູ່ການສຶກສາຄຳພີໄບເບິນ. ຂໍໃຫ້ໃຊ້ຮູບແບບໃໝ່ນີ້ເພື່ອຊ່ວຍຫຼາຍຄົນທີ່ຫິວໂຫຍຄວາມຮູ້ກ່ຽວກັບພະເຈົ້າ.—ມັດ. 5:6

ວິທີໃຊ້:

  1. ຖາມຄວາມຄິດເຫັນເຈົ້າຂອງເຮືອນຈັກຄຳຖາມໜຶ່ງ.

  2. ຟັງແລະຍອມຮັບຄຳຕອບຂອງລາວ.

  3. ອ່ານຂໍ້ພະຄຳພີຢູ່ກ້ອງຫົວຂໍ້ “ສິ່ງທີ່ຄຳພີໄບເບິນບອກ” ແລະຖາມຄວາມຄິດເຫັນຂອງລາວກ່ຽວກັບຂໍ້ພະຄຳ ພີ. ຖ້າລາວມີເວລາກໍໃຫ້ສືບຕໍ່ສົນທະນາໂດຍໃຊ້ຈຸດທີ່ຢູ່ກ້ອງຫົວຂໍ້ “ເຮົາຮູ້ຫຍັງອີກຈາກຄຳພີໄບເບິນ?”

  4. ສະເໜີວາລະສານ.

  5. ກຽມການກັບໄປຢາມແລະພິຈາລະນາຄຳຖາມທີສອງ.