ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢບ 16-20

ໜູນກຳລັງໃຈແລະເສີມສ້າງຄົນອື່ນດ້ວຍຄຳເວົ້າທີ່ກະລຸນາ

ໜູນກຳລັງໃຈແລະເສີມສ້າງຄົນອື່ນດ້ວຍຄຳເວົ້າທີ່ກະລຸນາ

ຄຳເວົ້າຂອງຜູ້ທີ່ໃຫ້ຄຳແນະນຳຄວນເສີມສ້າງຄົນອື່ນ

16:4, 5

  • ໂຢບຮູ້ສຶກເສົ້າໃຈແລະທຸກທໍລະມານ. ດັ່ງນັ້ນ ລາວຈຶ່ງຕ້ອງການຄວາມຊ່ວຍເຫຼືອແລະການໜູນກຳລັງໃຈຈາກຄົນອື່ນ.

  • ໝູ່ 3 ຄົນຂອງໂຢບບໍ່ໄດ້ເວົ້າສິ່ງທີ່ປອບໃຈລາວເລີຍ. ແທນທີ່ຈະເຮັດແບບນັ້ນເຂົາເຈົ້າກ່າວຫາໂຢບແລະເພີ່ມຄວາມກັງວົນໃຈໃຫ້ລາວ.

ຄຳເວົ້າທີ່ບໍ່ກະລຸນາຂອງບີເລດາດເຮັດໃຫ້ໂຢບຮ້ອງໄຫ້ອອກມາດ້ວຍຄວາມທຸກໃຈ

19:2, 25

  • ໂຢບຂໍຮ້ອງພະເຈົ້າໃຫ້ມີການຊ່ວຍບັນເທົາບາງຢ່າງ ຫຼືໃຫ້ຕາຍກໍໄດ້.

  • ໂຢບຈົດຈໍ່ໄປທີ່ຄວາມຫວັງເລື່ອງການຟື້ນຄືນຈາກຕາຍແລະຮັກສາຄວາມສັດຊື່ສະເໝີ.