ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົວຢ່າງການສະເໜີ

ຕົວຢ່າງການສະເໜີ

ຕື່ນເຖີດ!

ຄຳຖາມ: ໃນທຸກມື້ນີ້ ໜັງແລະລາຍການໂທລະພາບມັກສະເໜີເລື່ອງອຳນາດເລິກລັບ ເຊັ່ນ: ພໍ່ມົດ ແມ່ມົດ ແລະຜີ. ເຈົ້າຄິດວ່າແນວໃດ? ເປັນເລື່ອງທີ່ບໍ່ມີພິດມີໄພບໍ ຫຼືມີອັນຕະລາຍແອບແຝງຢູ່?

ການສະເໜີ: ຕື່ນເຖີດ! ສະບັບນີ້ຈະໃຫ້ຄຳຕອບວ່າຍ້ອນຫຍັງຄົນສ່ວນຫຼາຍມັກສົນໃຈເລື່ອງອຳນາດເລິກລັບ ແລະມີຫຍັງແທ້ໆຢູ່ເບື້ອງຫຼັງສິ່ງເຫຼົ່ານີ້.

ສອນຄວາມຈິງ

ຄຳຖາມ: ລາຊະອານາຈັກຂອງພະເຈົ້າຈະແກ້ໄຂບັນຫາຕ່າງໆຂອງໂລກນີ້ແນວໃດ?

ຂໍ້ພະຄຳພີ: ມັດ. 6:10

ຄວາມຈິງ: ລາຊະອານາຈັກຂອງພະເຈົ້າຈະເຮັດໃຫ້ມີຄວາມສະຫງົບສຸກ ຄວາມປອງດອງກັນ ແລະຄວາມປອດໄພໃນໂລກນີ້ ຄືກັບທີ່ໄດ້ເຮັດສຳເລັດແລ້ວຢູ່ໃນສະຫວັນ.

ການປົກຄອງຂອງພະເຈົ້າແມ່ນຫຍັງ? (ກັບໄປຢາມ)

ຄຳຖາມ: [ເນັ້ນຄຳຖາມທີ່ຢູ່ທາງຫຼັງແຜ່ນພັບ] ພາຍໃຕ້ການປົກຄອງຂອງພະເຈົ້າ ເຮົາຈະມີຊີວິດແບບໃດ?

ຂໍ້ພະຄຳພີ: ເພງ. 37:29; ເອຊາ. 65:21-23

ການສະເໜີ: [ເບິ່ງຈຸນລະສານຂ່າວດີ] ໃນບົດ 7 ຂອງຈຸນລະສານນີ້ຈະອະທິບາຍຄຳສັນຍາທີ່ມີຄວາມໝາຍສຳລັບເຈົ້າແລະຂ້ອຍ. [ໃຊ້ຈຸນລະສານນີ້ເພື່ອເລີ່ມການສຶກສາຄຳພີໄບເບິນ]

ລອງຂຽນວິທີການສະເໜີຂອງເຈົ້າ

ໃຊ້ຕົວຢ່າງການສະເໜີເພື່ອປັບເປັນຮູບແບບຂອງຕົວເອງ.