ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເຢເຣມີ 25-28

ຈົ່ງກ້າຫານຄືກັນກັບເຢເຣມີ

ຈົ່ງກ້າຫານຄືກັນກັບເຢເຣມີ

ເຢເຣມີໄດ້ເຕືອນວ່າເມືອງເຢຣຶຊາເລມຈະຖືກທຳລາຍຄືກັບເມືອງຊີໂລ

26:6

  • ຫີບຄຳສັນຍາທີ່ເປັນຕົວແທນຂອງພະເຢໂຫວາໄດ້ຖືກເກັບໄວ້ຢູ່ເມືອງຊີໂລ

  • ພະເຢໂຫວາອະນຸຍາດໃຫ້ພວກຟີລີດຕີນຍຶດເອົາຫີບຄຳສັນຍາໄປ ແລະຫີບນັ້ນບໍ່ໄດ້ກັບມາເມືອງຊີໂລອີກເລີຍ

ພວກປະໂລຫິດ ຜູ້ພະຍາກອນ ແລະປະຊາຊົນທັງຫຼາຍຂູ່ວ່າຈະຂ້າເຢເຣມີ

26:8, 9, 12, 13

  • ຜູ້ຄົນຈັບເຢເຣມີຍ້ອນຄຳປະກາດຂອງລາວຕໍ່ເມືອງເຢຣຶຊາເລມແລະວິຫານ

  • ເຢເຣມີບໍ່ໄດ້ຍອມແພ້ ແລະບໍ່ໄດ້ໜີໄປ

ພະເຢໂຫວາປົກປ້ອງເຢເຣມີ

26:16, 24

  • ເຢເຣມີຮັກສາຄວາມກ້າຫານໄວ້ ແລະພະເຢໂຫວາກໍບໍ່ໄດ້ປະຖິ້ມລາວ

  • ພະເຢໂຫວາໃຊ້ອາກີກາມຜູ້ກ້າຫານໃຫ້ປົກປ້ອງເຢເຣມີ

ຍ້ອນພະເຢໂຫວາຢູ່ເບື້ອງຫຼັງແລະໃຫ້ກຳລັງໃຈເຢເຣມີ ລາວຈຶ່ງສາມາດປະກາດຂ່າວສານທີ່ຜູ້ຄົນບໍ່ມັກເປັນເວລາ 40 ປີ