ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | 1 ໂກລິນໂທ 14-16

ພະເຈົ້າ​ຈະ​ເປັນ “ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ທຸກ​ຄົນ”

ພະເຈົ້າ​ຈະ​ເປັນ “ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ທຸກ​ຄົນ”

15:24-28

ອະນາຄົດ​ທີ່​ດີ​ເລີດ​ລໍ​ຖ້າ​ຜູ້​ທີ່​ພິສູດ​ຕົວ​ວ່າ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ເມື່ອ​ເຮົາ​ເວົ້າ​ເລື່ອງ​ຄວາມ​ຫວັງ​ກັບ​ຄົນ​ອື່ນ​ຢ່າງ​ກະຕືລືລົ້ນ​ກໍ່​ຍິ່ງ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະເຈົ້າ​ຝັງ​ເລິກ​ໃນ​ຫົວໃຈ​ຂອງ​ເຮົາ. ອັກຄະສາວົກ​ໂປໂລ​ໄດ້​ກະຕຸ້ນ​ພີ່​ນ້ອງ​ຄລິດສະຕຽນ​ໃຫ້​ນຶກ​ເຖິງ​ຕອນ​ທ້າຍ​ຂອງ​ການ​ປົກຄອງ​ໜຶ່ງ​ພັນ​ປີ​ຂອງ​ພະ​ຄລິດ ເຊິ່ງ​ໃນ​ຕອນ​ນັ້ນ​ພະ​ເຢໂຫວາ​ຈະ​ເປັນ “ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ທຸກ​ຄົນ.”

ຄວາມ​ພອນ​ອັນ​ໃດ​ທີ່​ກຳລັງ​ຈະ​ມາ​ເຖິງ​ເຊິ່ງ​ເຈົ້າ​ມັກ​ຫຼາຍ​ທີ່​ສຸດ ແລະ​ຍ້ອນ​ຫຍັງ?

ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຈະ​ສຳເລັດ​ເປັນ​ຈິງ?