ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 1-7 ເມສາ

1 ໂກລິນໂທ 7-9

ວັນ​ທີ 1-7 ເມສາ
  • ເພງ 136 ແລະ​ຄຳ​ອະທິດຖານ

  • ຄຳ​ນຳ​ເປີດ​ການ​ປະຊຸມ (ບໍ່​ເກີນ 3 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ

  • ການ​ເປັນ​ໂສດ—ເປັນ​ຂອງ​ຂວັນ”: (10 ນາທີ)

    • 1 ໂກ. 7:32—ຄລິດສະຕຽນ​ທີ່​ເປັນ​ໂສດ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຢ່າງ​ເຕັມ​ທີ່​ໂດຍ​ບໍ່​ຕ້ອງ​ກັງວົນ​ຄື​ກັບ​ຄົນ​ທີ່​ແຕ່ງ​ງານ​ແລ້ວ (15/1/11 ໜ້າ 18 ຂໍ້ 3)

    • 1 ໂກ. 7:33, 34—ຄລິດສະຕຽນ​ທີ່​ແຕ່ງ​ງານ​ແລ້ວ​ກໍ “ເອົາໃຈໃສ່​ໃນ​ການ​ຂອງ​ໂລກ​ນີ້” (15/7/08 ໜ້າ 27 ຫຍໍ້​ໜ້າ 1)

    • 1 ໂກ. 7:37, 38—ຄລິດສະຕຽນ​ທີ່​ຕັ້ງ​ໃຈ​ເປັນ​ໂສດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ “ກໍ​ກະທຳ​ດີ​ກວ່າ” ຄລິດສະຕຽນ​ທີ່​ແຕ່ງ​ງານ (15/10/96 ໜ້າ 12-13 ຂໍ້ 14)

  • ຂຸດ​ຄົ້ນ​ຄວາມ​ຮູ້​ທີ່​ມີ​ຄ່າ​ຂອງ​ພະເຈົ້າ: (8 ນາທີ)

    • 1 ໂກ. 7:11—ໃນ​ກໍລະນີ​ໃດ​ທີ່​ຄູ່​ຜົວ​ເມຍ​ຄລິດສະຕຽນ​ອາດ​ຄິດ​ທີ່​ຈະ​ແຍກ​ກັນ​ຢູ່? (ຮພ ໜ້າ 219-221)

    • 1 ໂກ. 7:36, ລ.ມ.—ເປັນ​ຫຍັງ​ຄລິດສະຕຽນ​ຄວນ​ລໍ​ຖ້າ​ໃຫ້ “ຜ່ານ​ຊ່ວງ​ໜຸ່ມ​ສາວ​ໄປ​ແລ້ວ” ຈຶ່ງ​ແຕ່ງ​ງານ? (15/7/00 ໜ້າ 31 ຫຍໍ້​ໜ້າ 2)

    • ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ສອນ​ຫຍັງ​ເຈົ້າ​ກ່ຽວ​ກັບ​ພະ​ເຢໂຫວາ?

    • ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ເຈົ້າ​ໄດ້​ຄົ້ນ​ພົບ​ຄວາມ​ຮູ້​ຫຍັງ​ທີ່​ມີ​ຄ່າ?

  • ການ​ອ່ານ​ພະ​ຄຳພີ: (ບໍ່​ເກີນ 4 ນາທີ) 1 ໂກ. 8:1-13 (ອສ ບົດ​ຮຽນ​ທີ 5)

ສິ່ງ​ທີ່​ເຈົ້າ​ຈະ​ນຳ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

ຊີວິດ​ຄລິດສະຕຽນ

  • ເພງ 37

  • ມີ​ຄວາມ​ສຸກ​ກັບ​ຄວາມ​ເປັນ​ໂສດ: (15 ນາທີ) ເປີດ​ວິດີໂອ ຈາກ​ນັ້ນ ຖາມ​ຄຳຖາມ​ຕໍ່​ໄປ​ນີ້: ຄລິດສະຕຽນ​ທີ່​ເປັນ​ໂສດ​ຕ້ອງ​ເຈິ​ກັບ​ຂໍ້​ທ້າທາຍ​ຫຍັງ​ແດ່? (1 ໂກ. 7:39) ລູກ​ສາວ​ຂອງ​ເຢບເທ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ? ພະ​ເຢໂຫວາ​ຈະ​ໃຫ້​ຫຍັງ​ກັບ​ຄົນ​ທີ່​ສັດ​ຊື່? (ເພງ. 84:11) ພີ່​ນ້ອງ​ໃນ​ປະຊາຄົມ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ໂສດ​ແນວ​ໃດ? ມີ​ວຽກ​ຮັບໃຊ້​ແບບ​ໃດ​ທີ່​ຄລິດສະຕຽນ​ທີ່​ເປັນ​ໂສດ​ສາມາດ​ເຮັດ​ໄດ້?

  • ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ: (30 ນາທີ) ຍທ ບົດ 61

  • ທົບ​ທວນ​ແລະ​ເວົ້າ​ເຖິງ​ສ່ວນ​ຕ່າງໆຂອງ​ອາທິດ​ຕໍ່​ໄປ (3 ນາທີ)

  • ເພງ 42 ແລະ​ຄຳ​ອະທິດຖານ