ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | 1 ໂກລິນໂທ 10-13

ພະ​ເຢໂຫວາ​ສັດ​ຊື່

ພະ​ເຢໂຫວາ​ສັດ​ຊື່

10:13

ພະ​ເຢໂຫວາ​ອາດ​ເລືອກ​ທີ່​ຈະ​ກຳຈັດ​ການ​ທົດ​ສອບ​ໄດ້. ແຕ່​ສ່ວນ​ຫຼາຍ​ພະອົງ​ຈະ​ໃຫ້​ມີ “ທາງ​ອອກ” ໂດຍ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ການ​ທົດ​ສອບ​ໄດ້.

  • ພະອົງ​ສາມາດ​ເຮັດ​ໃຫ້​ຈິດ​ໃຈ ແລະ​ອາລົມ​ຂອງ​ເຮົາ​ສະຫງົບ​ລົງ​ໂດຍ​ທາງ​ຄຳພີ​ໄບເບິນ ພະລັງ​ບໍລິສຸດ​ແລະ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ.—ມັດ. 24:45; ໂຢ. 14:16, ໄຂ​ເງື່ອນ.; ໂລມ 15:4

  • ພະອົງ​ອາດ​ຊີ້​ນຳ​ເຮົາ​ໂດຍ​ທາງ​ພະລັງ​ບໍລິສຸດ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຈື່​ຫຼັກ​ການ​ແລະ​ເລື່ອງ​ໃນ​ຄຳພີ​ໄບເບິນ ແລ້ວ​ໃຫ້​ຮູ້​ວ່າ​ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ດີ​ທີ່​ສຸດ.—ໂຢ. 14:26

  • ພະອົງ​ສາມາດ​ໃຊ້​ທູດ​ສະຫວັນ​ເພື່ອ​ຊ່ວຍ​ເຮົາ.—ເຫບ. 1:14

  • ພະອົງ​ສາມາດ​ຊ່ວຍ​ເຮົາ​ໂດຍ​ທາງ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ.—ໂກໂລ. 4:11