ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ຕົ້ນເດີມ 31

ຢາໂຄບ​ເຮັດ​ສັນຍາ​ສັນຕິສຸກ​ກັບ​ລາບານ

ຢາໂຄບ​ເຮັດ​ສັນຍາ​ສັນຕິສຸກ​ກັບ​ລາບານ

31:44-53

ເປັນ​ຫຍັງ​ຢາໂຄບ​ແລະ​ລາບານ​ຈຶ່ງ​ເອົາ​ຫີນ​ມາ​ກອງ​ລວມ​ກັນ?

  • ເພື່ອ​ເປັນ​ພະຍານ​ໃຫ້​ທຸກ​ຄົນ​ທີ່​ຜ່ານ​ໄປ​ທາງ​ນັ້ນ​ຮູ້​ວ່າ​ເປັນ​ຄຳ​ສັນຍາ​ສັນຕິສຸກ​ລະຫວ່າງ​ພວກ​ເຂົາ

  • ເພື່ອ​ເຕືອນ​ວ່າ​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ວ່າ​ພວກ​ເຂົາ​ໄດ້​ຮັກສາ​ສັນຍາ​ຫຼື​ບໍ່

ທຸກ​ມື້​ນີ້​ກໍ​ຄື​ກັນ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮັກສາ​ສັນຕິສຸກ​ກັບ​ພີ່ນ້ອງ. ມີ 3 ຢ່າງ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ສັນຕິສຸກ​ຫຼື​ມີ​ສັນຕິສຸກ​ອີກ​ຄັ້ງ?

  • ເວົ້າ​ເລື່ອງ​ນັ້ນ​ອອກ​ມາ.ມທ 5:23, 24

  • ເຕັມ​ໃຈ​ໃຫ້​ອະໄພ.ກລຊ 3:13

  • ສະແດງ​ຄວາມ​ອົດ​ທົນ.ຣມ 12:21