ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ຕົ້ນເດີມ 32-33

ເຈົ້າ​ກຳລັງ​ຕໍ່​ສູ້​ເພື່ອ​ຈະ​ໄດ້​ຮັບ​ພອນ​ບໍ?

ເຈົ້າ​ກຳລັງ​ຕໍ່​ສູ້​ເພື່ອ​ຈະ​ໄດ້​ຮັບ​ພອນ​ບໍ?

32:24-28

ເພື່ອ​ຈະ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. (1ກຣ 9:26, 27) ເມື່ອ​ເຮົາ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຄວນ​ມີ​ຄວາມ​ຄິດ​ແບບ​ດຽວ​ກັບ​ທີ່​ຢາໂຄບ​ມີ​ຕອນ​ທີ່​ລາວ​ຕໍ່​ສູ້​ກັບ​ທູດ​ສະຫວັນ. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຊອກ​ຫາ​ພອນ​ຈາກ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ​ໂດຍ . . .

  • ກຽມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ຢ່າງ​ດີ

  • ເຂົ້າ​ຮ່ວມ​ໃນ​ວຽກ​ປະກາດ​ເປັນ​ປະຈຳ

  • ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃນ​ປະຊາຄົມ

ບໍ່​ວ່າ​ສະຖານະການ​ຂອງ​ເຈົ້າ​ຈະ​ຍາກ​ສ່ຳ​ໃດ ໃຫ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ສະເໝີ ແລະ​ຊອກ​ຫາ​ພອນ​ຈາກ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ​ໂດຍ​ພະຍາຍາມ​ຮັບໃຊ້​ພະອົງ.

ຖາມ​ຕົວ​ເອງ​ວ່າ: ‘ເພື່ອ​ຈະ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ​ຂ້ອຍ​ຕ້ອງ​ພະຍາຍາມ​ໃຫ້​ຫຼາຍ​ຂຶ້ນ​ໃນ​ດ້ານ​ໃດ​ແດ່​ຂອງ​ຊີວິດ?