ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ຕົ້ນເດີມ 34-35

ການ​ຄົບຫາ​ທີ່​ບໍ່​ດີ​ເຮັດ​ໃຫ້​ເກີດ​ຜົນ​ທີ່​ໜ້າ​ເສົ້າ

ການ​ຄົບຫາ​ທີ່​ບໍ່​ດີ​ເຮັດ​ໃຫ້​ເກີດ​ຜົນ​ທີ່​ໜ້າ​ເສົ້າ

34:1, 2, 7, 25

ເຖິງ​ເຮົາ​ຈະ​ເຫັນ​ວ່າ​ເພື່ອນ​ບ້ານ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ຫຼື​ໝູ່​ຢູ່​ໂຮງ​ຮຽນ​ເປັນ​ຄົນ​ດີ ແຕ່​ການ​ຄົບຫາ​ກັບ​ພວກ​ເຂົາ​ເປັນ​ສິ່ງ​ທີ່​ດີ​ບໍ? ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ອອກ​ວ່າ​ໃຜ​ເປັນ​ໝູ່​ທີ່​ດີ​ຫຼື​ບໍ່​ດີ?

  • ການ​ເປັນ​ໝູ່​ກັບ​ພວກ​ເຂົາ​ຈະ​ຊ່ວຍ​ເສີມ​ສ້າງ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ບໍ?

  • ຄຳເວົ້າ​ຂອງ​ພວກ​ເຂົາ​ບອກ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ສຳຄັນ​ສຳລັບ​ພວກ​ເຂົາ?—ມທ 12:34

ຖາມ​ຕົວ​ເອງ​ວ່າ: ‘ຄົນ​ທີ່​ຂ້ອຍ​ຄົບຫາ​ສົ່ງ​ຜົນ​ຕໍ່​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ແນວ​ໃດ?’