ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

“ຮູບ​ພະ​ທັງ​ຫຼາຍ . . . ຈົ່ງ​ຖິ້ມ​ເສຍ”

“ຮູບ​ພະ​ທັງ​ຫຼາຍ . . . ຈົ່ງ​ຖິ້ມ​ເສຍ”

ຢາໂຄບ​ຮູ້​ວ່າ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ທີ່​ສົມຄວນ​ໄດ້​ຮັບ​ການ​ນະມັດສະການ ເຖິງ​ວ່າ​ພະອົງ​ຈະ​ຍັງ​ບໍ່​ໄດ້​ອອກ​ກົດໝາຍ​ຫ້າມ​ການ​ຂາບ​ໄຫວ້​ຮູບ​ບູຊາ. (ອົບ 20:3-5) ດັ່ງ​ນັ້ນ ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ຢາໂຄບ​ກັບ​ໄປ​ທີ່​ເບດເອນ ລາວ​ກໍ​ໄດ້​ສັ່ງ​ໃຫ້​ທຸກ​ຄົນ​ທຳລາຍ​ຮູບ​ບູຊາ. ຈາກ​ນັ້ນ ລາວ​ກໍ​ກຳຈັດ​ຮູບ​ບູຊາ​ທັງໝົດ​ລວມ​ເຖິງ​ຕຸ້ມ​ຫູ​ທີ່​ອາດ​ໃສ່​ເປັນ​ເຄື່ອງ​ລາງ​ຂອງ​ຂັງ. (ຕົ້ນ 35:1-4) ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ​ກັບ​ສິ່ງ​ທີ່​ຢາໂຄບ​ເຮັດ.

ໃນ​ທຸກ​ມື້​ນີ້ ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ? ສິ່ງ​ສຳຄັນ​ຢ່າງ​ໜຶ່ງ​ກໍ​ຄື ເຮົາ​ຕ້ອງ​ບໍ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ການ​ຂາບ​ໄຫວ້​ຮູບ​ບູຊາ​ຫຼື​ໄສຍະສາດ. ນີ້​ລວມ​ເຖິງ​ການ​ທຳລາຍ​ວັດຖຸ​ສິ່ງ​ຂອງ​ທີ່​ກ່ຽວ​ຂ້ອງ​ກັບ​ໄສຍະສາດ ແລະ​ຍັງ​ຕ້ອງ​ກວດ​ເບິ່ງ​ຄວາມ​ບັນເທີງ​ຂອງ​ເຮົາ​ນຳ. ຕົວຢ່າງ​ເຊັ່ນ ເຈົ້າ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ມັກ​ອ່ານ​ປຶ້ມ​ຫຼື​ເບິ່ງ​ໜັງ​ທີ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ຕ່າງໆເຫຼົ່າ​ນີ້​ບໍ​ເຊັ່ນ: ແວມພາຍ (ຜີ​ດູດ​ເລືອດ) ຊອມ​ບີ້ (ຜີ​ດິບ) ຫຼື​ພະລັງ​ເໜືອ​ທຳມະຊາດ? ຂ້ອຍ​ຖື​ວ່າ​ຄວາມ​ບັນເທີງ​ທີ່​ມີ​ເວດ​ມົນ​ຄາຖາ ຫຼືຄຳ​ສາບ​ເປັນ​ເລື່ອງ​ທີ່​ມ່ວນ​ແລະ​ບໍ່​ອັນຕະລາຍ​ບໍ?’ ເຮົາ​ຕ້ອງ​ຢູ່​ຫ່າງ​ຈາກ​ສິ່ງ​ໃດ​ກໍ​ຕາມ​ທີ່​ພະ​ເຢໂຫວາ​ກຽດ​ຊັງ.—ເພງ 97:10

ເບິ່ງ​ວິດີໂອ​“ຕໍ່​ສູ້​ກັບ​ມານ” ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມີ​ບັນຫາ​ຫຍັງ​ເກີດ​ຂຶ້ນ​ກັບ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ຊື່​ປາລີຊ່າ?

  • ໃນ​ກໍລະນີ​ທີ່​ກ່ຽວ​ຂ້ອງ​ກັບ​ໄສຍະສາດ ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູ​ແລ?

  • ຕໍ່​ສູ້​ກັບ​ມານ​ແລະ​ເຂົ້າ​ໄປ​ໃກ້​ຊິດ​ກັບ​ພະເຈົ້າ.—ຢກບ 4:7, 8

    ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ?

  • ປາລີຊ່າ​ໄດ້​ຕັດສິນ​ໃຈ​ເຮັດ​ຫຍັງ​ຢ່າງ​ເດັດ​ຂາດ?

  • ເຈົ້າ​ຈະ​ຫຼີກ​ລ່ຽງ​ຈາກ​ອິດທິພົນ​ຂອງ​ພວກ​ປີສາດ​ໄດ້​ແນວ​ໃດ​ໃນ​ບ່ອນ​ທີ່​ເຈົ້າ​ຢູ່?