ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົວຢ່າງ​ການ​ສົນທະນາ

ຕົວຢ່າງ​ການ​ສົນທະນາ

●○○ ການ​ປະກາດ

ຄຳຖາມ: ຕອນ​ທຳອິດ​ພະເຈົ້າ​ຕັ້ງ​ໃຈ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?

ຂໍ້​ພະ​ຄຳພີ: ຕົ້ນ 1:28

ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ: ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ກ່ຽວ​ກັບ​ມະນຸດ​ຈະ​ເກີດ​ຂຶ້ນ​ແທ້?

○●○ ກັບ​ໄປ​ຢາມ​ເທື່ອ​ທຳອິດ

ຄຳຖາມ: ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ກ່ຽວ​ກັບ​ມະນຸດ​ຈະ​ເກີດ​ຂຶ້ນ​ແທ້?

ຂໍ້​ພະ​ຄຳພີ: ເອຊາ 55:11

ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ: ຊີວິດ​ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ແທ້?

○○● ກັບ​ໄປ​ຢາມ​ເທື່ອ​ທີ​ສອງ

ຄຳຖາມ: ຊີວິດ​ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ແທ້?

ຂໍ້​ພະ​ຄຳພີ: ເພງ 37:10, 11

ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ: ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ສັນຍາ​ຂອງ​ພະເຈົ້າ?

ໂຄງການ​ພິເສດ​ເພື່ອ​ການ​ປະຊຸມ​ອະນຸສອນ (ວັນ​ທີ 14 ມີນາ—7 ເມສາ):

“ເຮົາ​ຢາກ​ເຊີນ​ເຈົ້າ​ໄປ​ງານ​ທີ່​ສຳຄັນ​ເຊິ່ງ​ຈະ​ມີ​ຫຼາຍ​ລ້ານ​ຄົນ​ເຂົ້າ​ຮ່ວມ. ເປັນ​ມື້​ຄົບ​ຮອບ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ.” ຍື່ນ​ໃບ​ເຊີນ​ໃຫ້​ແລະ​ເວົ້າ​ວ່າ: “ໃນ​ໃບ​ເຊີນ​ນີ້​ຈະ​ບອກ ວັນ ເວລາ ແລະ​ສະຖານ​ທີ່​ການ​ປະຊຸມ. ແຕ່​ກ່ອນ​ໜ້າ​ນັ້ນ​ໜຶ່ງ​ອາທິດ ເຮົາ​ຢາກ​ເຊີນ​ເຈົ້າ​ມາ​ຟັງ​ຄຳ​ບັນລະຍາຍ​ທີ່​ພິເສດ​ເລື່ອງ​ໜຶ່ງ​ນຳ​ກັນ.”

ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ​ເມື່ອ​ເຈົ້າ​ຂອງ​ເຮືອນ​ສົນ​ໃຈ: ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕາຍ?